lo_jer_text_ulb_l3/32/31.txt

1 line
1.0 KiB
Plaintext

\v 31 ພຣະຢາເວຊົງປະກາດວ່າ ເມືອງນີ້ໄດ້ຍົວະເຍົ້າຄວາມໂກດຮ້າຍ ແລະຄວາມພິໂລດຂອງເຮົາ. ຕັ້ງແຕ່ມື້ທີ່ໄດ້ສ້າງມັນຂຶ້ນມາຈົນເຖິງມື້ນີ້. ເພາະສະນັ້ນເຮົາຈະຖອນອອກໄປເສຍຈາກຫນ້າຂອງເຮົາ. \v 32 ເພາະວ່າຄວາມຊົ່ວທັງຫມົດຂອງປະຊາຊົນອິດສະຣາເອນ ແລະຢູດາ, ຊຶ່ງພວກເຂົາໄດ້ເຮັດໃຫ້ເຮົາຢາກຮ້າຍ—ຄືທັງຕົວພວກເຂົາ, ບັນດາກະສັດ, ພວກເຈົ້ານາຍ, ບັນດາປະໂລຫິດ, ແລະຜູ້ປະກາດພຣະທັມທຸກຄົນໃນຢູດາ ແລະຊາວນະຄອນເຢຣູຊາເລັມ.