lo_jer_text_ulb_l3/32/19.txt

1 line
1.5 KiB
Plaintext

\v 19 ພຣະອົງຊົງມີປັນຍາທີ່ແຫລມຄົມ ແລະຊົງຣິດທານຸພາບໃນພະລາຊະກິດທັງປວງ, ເພາະພຣະເນດຂອງພຣະອົງຊົງເຫັນທຸກການດຳເນີນຊີວິດຂອງມະນຸດ ຊົງປະທານແຕ່ລະຄົນໃນສິ່ງທິ່ພວກເຂົາປະພຶດ ແລະຕາມການກະທຳທັງຫລາຍຕາມທີ່ພວກເຂົາຄວນໄດ້ຮັບ. \v 20 ພຣະອົງໄດ້ຊົງເປັນຜູ້ສະແດງຫມາຍສຳຄັນ ແລະການອັດສະຈັນໃນແຜ່ນດິນເອຢິບ. ແລະຈົນເຖິງສະໄຫມນີ້ ກໍຊົງສະແດງໃນອິດສະຣາເອນ ແລະທ່າມກາງມະນຸດຊາດ, ພຣະອົງໄດ້ຊົງເຮັດໃຫ້ພຣະນາມຊ່າລືໄປ. \v 21 ພຣະອົງໄດ້ຊົງນຳອິດສະຣາເອນປະຊາຊົນຂອງພຣະອົງອອກຈາກແຜ່ນດິນເອຢິບ ດ້ວຍຫມາຍສຳຄັນ ແລະການອັດສະຈັນ, ດ້ວຍພຣະຫັດເຂັ້ມແຂງ, ແລະພຣະຫັດທີ່ຢຽດອອກດ້ວຍຫນ້າຢ້ານກົວຢ່າງຍິ່ງ.