lo_jer_text_ulb_l3/32/16.txt

1 line
1.5 KiB
Plaintext

\v 16 ຫລັງຈາກທີ່ຂ້ານ້ອຍມອບເອກະສານການຊື້ໃຫ້ແກ່ບາຣຸກ ລູກຊາຍເນຣີຢາແລ້ວ, ຂ້ານ້ອຍໄດ້ອະທິຖານຕໍ່ພຣະຢາເວວ່າ, \v 17 ‘ອະນິຈັງ, ຂ້າແດ່ພຣະຢາເວພຣະຜູ້ເປັນເຈົ້າ! ເບິ່ງແມ! ແມ່ນພຣະອົງເອງ ຜູ້ໄດ້ຊົງສ້າງຟ້າສະຫວັນ ແລະແຜ່ນດິນໂລກ ດ້ວຍລິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງ ແລະດ້ວຍພຣະຫັດຊຶ່ງຢຽດອອກຂອງພຣະອົງ ສຳລັບພຣະອົງບໍ່ມີສິ່ງໃດທີ່ຍາກເກີນສຳລັບພຣະອົງທີ່ຈະຊົງກະທຳ. \v 18 ພຣະອົງຊົງສະແດງຄວາມເມດຕາທີ່ຊື່ສັດຕໍ່ຄົນເປັນພັນໆ ແລະຊົງເທຄວາມຊົ່ວຊ້າຂອງຄົນເຫລ່ົ່ານັ້ນໃຫ້ຕົກເຖິງລູກຫລານຂອງພວກເຂົາທີ່ສືບຕໍ່ຈາກພວກເຂົາມາ. ພຣະອົງຊົງເປັນພຣະເຈົ້າຜູ້ຍິ່ງໃຫຍ່ ແລະຊົງຣິດທານຸພາບ; ພຣະນາມຂອງພຣະອົງຄືພຣະຢາເວຈອມໂຍທາ.