lo_jer_text_ulb_l3/32/03.txt

1 line
1.5 KiB
Plaintext

\v 3 ເຊເດກີຢາກະສັດແຫ່ງຢູດາໄດ້ຂັງເພິ່ນໄວ້ ແລະໄດ້ກ່າວວ່າ, “ເປັນຫຍັງທ່ານຈຶ່ງປະກາດພຣະທັມ ແລະກ່າວວ່າ, ‘ພຣະຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະມອບເມືອງນີ້ໄວ້ໃນມືຂອງກະສັດແຫ່ງບາບີໂລນ, ແລະລາວຈະຍຶດເມືອງນີ້. \v 4 ເຊເດກີຢາກະສັດແຫ່ງຢູດາຈະຫນີໄປບໍ່ພົ້ນຈາກມືຂອງຄົນເຄນເດຍ, ເພາະລາວຈະຖືກມອບໄວ້ໃນມືຂອງກະສັດແຫ່ງບາບີໂລນ. ປາກຂອງລາວຈະໄດ້ເວົ້າກັນຕໍ່ປາກຂອງກະສັດ ແລະດວງຕາທັງຫລາຍຂອງລາວຈະແນມເຫັນພຣະເນດທັງຫລາຍຂອງກະສັດ. \v 5 ລາວຈະນຳເຊເດກີຢາໄປຍັງບາບີໂລນ, ແລະລາວຈະຢູ່ບ່ອນນັ້ນຈົນກວ່າເຮົາຈະໄປຢ້ຽມລາວ—ນີ້ເປັນຄຳປະກາດຂອງພຣະຢາເວ. ເຖິງແມ່ນພວກເຈົ້າຈະຕໍ່ສູ້ກັບຊາວເຄນເດຍ ພວກເຈົ້າກໍຈະບໍ່ສຳເລັດ.’”