lo_jer_text_ulb_l3/32/01.txt

1 line
790 B
Plaintext

\c 32 \v 1 ພຣະທໍາຊຶ່ງມາຈາກພຣະຢາເວເຖິງເຢເຣມີຢາໃນປີທີ່ສິບແຫ່ງເຊເດກີຢາກະສັດຂອງຢູດາ, ຊຶ່ງເປັນປີທີ່ສິບແປດຂອງເນບູກາດເນັດຊາ. \v 2 ຄັ້ງນັ້ນ ກອງທັບຂອງກະສັດແຫ່ງບາບີໂລນກຳລັງອ້ອມນະຄອນເຢຣູຊາເລັມຢູ່ ແລະເຢເຣມີຢາຜູ້ປະກາດພຣະທັມຖືກຂັງຢູ່ໃນບໍລິເວນທະຫານຮັກສາພະອົງ ຊຶ່ງຢູ່ໃນພະລາຊະວັງຂອງກະສັດແຫ່ງຢູດາ.