lo_jer_text_ulb_l3/31/33.txt

1 line
1.6 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 33 ແຕ່ນີ້ຈະເປັນຄຳຫມັ້ນສັນຍາຊຶ່ງເຮົາຈະເຮັດແກ່ເຊື້ອສາຍອິດສະຣາເອນ ພາຍຫລັງວັນທັງຫລາຍເຫລົ່ານີ້—ນີ້ເປັນຄຳປະກາດຂອງພຣະຢາເວກ່າວດັງນີ້ວ່າ: ເຮົາຈະບັນຈຸພຣະທັມຂອງເຮົາໄວ້ໃນຈິດໃຈຂອງພວກເຂົາທັງຫລາຍ ແລະເຮົາຈະຈາລຶກມັນໄວ້ເທີງດວງໃຈຂອງພວກເຂົາ, ເພາະເຮົາຈະເປັນພຣະເຈົ້າຂອງເຂົາ, ແລະພວກເຂົາຈະເປັນໄພ່ພົນຂອງເຮົາ. \v 34 ຕໍ່ໄປຈະບໍ່ມີໃຜໃນພວກເຂົາສອນເພື່ອນບ້ານຂອງຕົນຕໍ່ໄປ ຫລືຜູ້ຊາຍຄົນຫນຶ່ງຈະບໍສອນນ້ອງຊາຍຂອງເຂົາ ແລະກ່າວວ່າ, ‘ຈົ່ງຮູ້ຈັກພຣະຢາເວ! ເພາະວ່າພວກເຂົາທັງຫມົດ, ຕັ້ງແຕ່ຜູ້ນ້ອຍທີ່ສຸດເຖິງຜູ້ໃຫຍ່ທີ່ສຸດ, ຈະຮູ້ຈັກເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ— ເພາະເຮົາຈະໃຫ້ອະໄພບາບແກ່ພວກເຂົາ ແລະຈະບໍ່ຈົດຈຳຄວາມຜິດຂອງພວກເຂົາອີກຕໍ່ໄປ.”