lo_jer_text_ulb_l3/31/27.txt

1 line
1.0 KiB
Plaintext

\v 27 “ເບິ່ງເຖີດ, ວັນເຫລົ່ານັ້ນມາເຖິງ—ນີ້ເປັນການປະກາດຂອງພຣະຢາເວ—ເມື່ອເຮົາຈະເຮັດໃຫ້ເຊື້ອສາຍຂອງອິດສະຣາເອນ ແລະຢູດາເຕັມໄປດ້ວຍເຜົ່າພັນມະນຸດ ແລະສັດປ່າ. \v 28 ແຕ່ກ່ອນ, ເຮົາໄດ້ເຝົ້າເບິ່ງພວກເຂົາເພື່ອຖອນພວກເຂົາອອກ ແລະພັງພວກເຂົາລົງທຳລາຍເສຍ ແລະນຳເຫດຮ້າຍມາໃຫ້ພວກເຂົາ ແຕ່ໃນວັນທັງຫລາຍທີ່ກຳລັງມາ, ເຮົາຈຶ່ງຈະເຝົ້າເບິ່ງພວກເຂົາ, ເພື່ອຈະສ້າງພວກເຂົາຂຶ້ນ ແລະປູກພວກເຂົາ—ນີ້ເປັນຄຳປະກາດຂອງພຣະຢາເວ.