lo_jer_text_ulb_l3/31/23.txt

1 line
1.7 KiB
Plaintext

\v 23 ພຣະຢາເວຈອມໂຍທາ, ພຣະເຈົ້າຂອງອິດສະຣາເອນ, ຊົງກ່າວວ່າ, “ເມື່ອເຮົາເຮັດໃຫ້ປະຊາຊົນກັບຄືນສູ່ແຜ່ນດິນຂອງພວກເຂົາແລ້ວ ເຈົ້າຈະເວົ້າສິ່ງນີ້ໃນປະເທດຢູດາ ແລະໃນຫົວເມືອງທັງຫລາຍ ອີກເທື່ອຫນຶ່ງວ່າ, ‘ຂໍພຣະຢາເວຊົງອວຍພຣະພອນ ພວກເຈົ້າຜູ້ເປັນສະຖານທີ່ແຫ່ງຄວາມຊອບທຳທີ່ພຣະອົງສະຖິດຢູ່ ພວກເຈົ້າເປັນພູເຂົາສັກສິດບໍລິສຸດ. \v 24 ເພາະປະເທດຢູດາ ແລະຫົວເມືອງຕ່າງນັ້ນຈະອາໄສຢູ່ດ້ວຍກັນທີ່ນັ້ນ ທັງບັນດາຊາວນາທັງຫລາຍ ແລະບັນດາຄົນລ້ຽງແກະ ພ້ອມກັບສັດທັງຫມົດຂອງພວກເຂົາ. \v 25 ເພາະເຮົາຈະໃຫ້ນໍ້າດື່ມແກ່ຜູ້ຈິດໃຈທີ່ອ່ອນແຮງ ແລະເຮົາຈະເຕີມເຕັມທຸກຄົນທີ່ກຳລັງທົນທຸກຈາກຄວາມກະຫາຍ.” \v 26 ຫລັງຈາກນີ້ ຂ້ານ້ອຍກໍໄດ້ຕື່ນ ແລະຈຳໄດ້ວ່າການຫລັບນອນຂອງຂ້ານ້ອຍ ກໍສົດຊື່ນຂຶ້ນ.