lo_jer_text_ulb_l3/31/18.txt

1 line
2.1 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 18 “ເຮົາໄດ້ຍິນເອຟຣາອິມເວົ້າດ້ວຍຄວາມທຸກໃຈວ່າ, ‘ພຣະອົງຊົງໃສ່ໂທດຂ້ານ້ອຍ, ແລະຂ້ານ້ອຍກໍຖືກລົງໂທດເປັນເຫມືອນລູກງົວທີ່ບໍ່ໄດ້ຮັບການຝຶກ. ຂໍຊົງໂຜດໃຫ້ພວກຂ້ານ້ອຍກັບຄືນທ້ອນ ແລະຂ້ານ້ອຍຈະຖືກນຳກັບ, ເພາະພຣະອົງຊົງເປັນພຣະຢາເວຂອງຂ້ານ້ອຍ. \v 19 ເພາະຫລັງຈາກທີ່ຂ້ານ້ອຍໄດ້ຫລີກຫນີຈາກພຣະອົງ, ຂ້ານ້ອຍກໍຕີຕົນເອງດ້ວຍຄວາມເສຍໃຈ; ຫລັງຈາກທີ່ຂ້ານ້ອຍໄດ້ຮັບຄຳສັ່ງສອນແລ້ວ, ຂ້ານ້ອຍກໍໄດ້ຕີຕົ້ນຂາຂອງຕົນເອງ. ຂ້ານ້ອຍຮູ້ສຶກລະອາຍ ແລະໄດ້ອັບອາຍຂາຍຫນ້າ, ເພາະຂ້ານ້ອຍຕ້ອງທົນຮັບຄວາມເຊື່ອມເສຍ ເມື່ອຄາວຍັງຫນຸ່ມຢູ່ນັ້ນ. \v 20 ຊາວເອຟຣາອິມເອີຍ, ລູກຊາຍທີ່ຮັກຍິ່ງຂອງເຮົາບໍ່ແມ່ນຫລື? ເປັນທີ່ຮັກຂອງເຮົາ, ເປັນລູກຊາຍທີ່ເຮົາຊື່ນຊົມບໍ່ແມ່ນຫລື? ເມື່ອໃດກໍຕາມທີ່ເຮົາກ່າວໂທດພວກເຈົ້າ ເຮົາກໍຍັງເອີ້ນເຈົ້າວ່າດວງໃຈທີ່ຮັກຂອງເຮົາຢ່າງແນ່ນອນ. ເພາະຢ່າງນີ້ຈິດໃຈຂອງເຮົາຈິ່ງຫວນຄືນຫາພວກ. ເຮົາຈະເມດຕາສົງສານຕໍ່ພວກເຂົາແນ່ນອນ—ນີ້ເປັນຄຳປະກາດຂອງພຣະຢາເວ."