lo_jer_text_ulb_l3/31/13.txt

1 line
982 B
Plaintext

\v 13 ແລ້ວພວກຍິງສາວປອດ ຈະປິຕິຍິນດີດ້ວຍການຟ້ອນລຳ ແລະພວກຄົນຫນຸ່ມ ແລະຄົນເຖົ້າຈະຢູ່ຮ່ວມກັນ ເພາະເຮົາຈະປ່ຽນຄວາມໂສກເສົ້າ ເປັນຄວາມມ່ວນຊື່ນ. ເຮົາຈະນຳຄວາມກາຣຸນາຕໍ່ພວກເຂົາ ແລະເຮັດໃຫ້ຄວາມເສຍໃຈຈະກາຍເປັນຄວາມຍິນດີ. \v 14 ແລ້ວເຮົາຈະໃຫ້ຊີວິດຂອງພວກປະໂລຫິດມີອາຫານກິນອີ່ມ ຢ່າງອຸດົມສົມບູນ. ປະຊາຊົນຂອງເຮົາຈະເຕັມອີ່ມດ້ວຍສິ່ງດີທຸກຢ່າງຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ.”