lo_jer_text_ulb_l3/31/01.txt

1 line
1.3 KiB
Plaintext

\c 31 \v 1 “ເມື່ອເວລານັ້ນມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາຈະເປັນພຣະເຈົ້າແຫ່ງຕະກູນທັງປວງຂອງອິດສະຣາເອນ, ແລະພວກເຂົາທັງຫລາຍຈະເປັນໄພ່ພົນຂອງເຮົາ.” \v 2 ພຣະຢາເວຊົງກ່າວດັ່ງນີ້ວ່າ, “ປະຊາຊົນອິດສະຣາເອນທີ່ເຫລືອຕາຍມາຈາກດາບໄດ້ຮັບຄວາມເມດຕາ ໃນຖິ່ນແຫ້ງແລ້ງກັນດານ; ເຮົາຈະອອກໄປມອບການຢຸດພັກຜ່ອນໃຫ້ຊາວອິດສະຣາເອນເອີຍ.” \v 3 ພຣະຢາເວໄດ້ຊົງປາກົດແກ່ຂ້ານ້ອຍໃນອະດີດ ແລະໄດ້ຊົງກ່າວວ່າ, “ອິດສະຣາເອນເອີຍ, ເຮົາໄດ້ຮັກແພງພວກເຈົ້າດ້ວຍຄວາມຮັກນິລັນດອນ. ດັ່ງນັ້ນ ເຮົາຈະຮັກແພງພວກເຈົ້າດ້ວຍຄວາມຊື່ສັດແຫ່ງພຣະສັນຍາ.