lo_jer_text_ulb_l3/30/14.txt

1 line
1.2 KiB
Plaintext

\v 14 ພວກຄົນຮັກແພງທັງຫມົດຂອງພວກເຈົ້າໄດ້ລືມພວກເຈົ້າ. ພວກເຂົາຈະບໍ່ສົນໃຈພວກເຈົ້າອີກ, ເພາະເຮົາໄດ້ເຮັດໃຫ້ພວກເຈົ້າບາດເຈັບໂດຍສັດຕູ ແລະເປັນການລົງໂທດເຫມືອນຢ່າງນາຍທີ່ໂຫດຮ້າຍ ເພາະວ່າຄວາມຊົ່ວທັງຫລາຍ ແລະບາບຫລວງຫລາຍຂອງພວກເຈົ້າ. \v 15 ເປັນຫຍັງພວກເຈົ້າຮ້ອງໄຫ້ ຂໍຄວາມຊ່ວຍເຫລືອ ເພາະຄວາມເຈັບປວດຂອງພວກເຈົ້າ? ຄວາມເຈັບປວດຂອງພວກເຈົ້ານັ້ນປິ່ນປົວໃຫ້ດີບໍ່ໄດ້ດອກ, ເພາະວ່າຄວາມຜິດຢ່າງຍິ່ງຂອງພວກເຈົ້າ, ຄວາມບາບຫລວງຫລາຍຂອງພວກເຈົ້າ, ດັ່ງນີ້ເຮົາໄດ້ເຮັດສິ່ງເຫລົ່ານີ້ແກ່ພວກເຈົ້າ.