lo_jer_text_ulb_l3/29/30.txt

1 line
1.4 KiB
Plaintext

\v 30 ແລ້ວພຣະທັມຂອງພຣະຢາເວກໍມາຍັງເຢເຣມີຢາ ກ່າວວ່າ, \v 31 “ຈົ່ງສົ່ງຖ້ຍອຄຳໄປເຖິງບັນດາຜູ້ເປັນຊະເລີຍທັງຫມົດວ່າ, ‘ພຣະຢາເວກ່າວກ່ຽວກັບເຊມາຢາຊາວເນເຮລາມວ່າ, ເພາະວ່າເຊມາຢາໄດ້ທຳນວຍແກ່ພວກເຈົ້າ ໃນຂະນະທີ່ເຮົາບໍ່ໄດ້ໃຊ້ລາວ ແລະລາວໄດ້ເຮັດໃຫ້ພວກເຈົ້າວາງໃຈໃນຄຳບໍ່ຈິງ, \v 32 ເພາະສະນັ້ນພຣະຢາເວຊົງກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະລົງໂທດເຊມາຢາຊາວເນເຮລາມ ແລະເຊື້ອສາຍຂອງລາວ ຈະບໍ່ມີຈັກຄົນຫນຶ່ງທີ່ຈະອາໄສຢູ່ໃນທ່າມກາງຊົນຊາດນີ້. ລາວຈະບໍ່ໄດ້ເຫັນການດີທີ່ເຮົາຈະເຮັດແກ່ປະຊາຊົນຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວກ່າວ—ເພາະລາວໄດ້ສອນການກະບົດຕໍ່ພຣະຢາເວ.’”