lo_jer_text_ulb_l3/29/24.txt

1 line
1.4 KiB
Plaintext

\v 24 “ກ່ຽວກັບເຊມາຢາ ຊາວເນເຮລາມ, ຈົ່ງກ່າວວ່າ: \v 25 ‘ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ຊົງກ່າວດັ່ງນີ້ວ່າ: ເພາະພວກເຈົ້າໄດ້ສົ່ງຈົດຫມາຍໃນນາມຂອງພວກເຈົ້າໄປຍັງປະຊາຊົນທັງປວງຜູ້ຢູ່ໃນນະຄອນເຢຣູຊາເລັມ, ໄປຍັງເຊຟານີຢາ ລູກຊາຍປະໂລຫິດມາອາເສຢາ, ແລະໄປຍັງປະໂລຫິດທັງປວງ ແລະໄດ້ກ່າວວ່າ, \v 26 “ພຣະຢາເວໄດ້ຊົງເຮັດໃຫ້ພວກເຈົ້າເປັນປະໂລຫິດແທນປະໂລຫິດເຢໂຮຢາດາ ເພື່ອໃຫ້ເປັນຜູ້ດູແລພຣະວິຫານຂອງພຣະຢາເວ. ເຈົ້າໄດ້ຢູ່ໃນການຄວບຄຸມຄົນຂອງປະຊາຊົນທັງປວງ ຜູ້ຊຶ່ງບ້າ ແລະເຮັດໃຫ້ຕົວພວກເຂົາເອງເປັນຜູ້ປະກາດພຣະທັມ. ເຈົ້າຄວນຈັບພວກເຂົາໃສ່ຄຸກໄວ້ ແລະໃສ່ໂສ້ເສຍ.