lo_jer_text_ulb_l3/29/22.txt

1 line
1.3 KiB
Plaintext

\v 22 ແລ້ວຄຳສາບແຊ່ງຖືກກ່າວກ່ຽວກັບຄົນເຫລົ່ານີ້ ໂດຍບັນດາຜູ້ທີ່ຖືກເນລະເທດຂອງຢູດາໃນບາບີໂລນ ຄຳສາບແຊ່ງຈະກ່າວວ່າ: ຂໍພຣະຢາເວຊົງເຮັດກັບພວກເຈົ້າເຫມືອນເຊເດກີຢາ ແລະອາຮາບ ຜູ້ທີ່ກະສັດບາບີໂລນ ເຜົາເສຍດ້ວຍໄຟ. \v 23 ສິ່ງນີ້ຈະເກີດຂຶ້ນ ເພາະສິ່ງທີ່ຫນ້າອັບອາຍທີ່ພວກເຂົາໄດ້ເຮັດໃນອິດສະຣາເອນ ເມື່ອພວກເຂົາໄດ້ລ່ວງປະເວນີກັບເມຍຂອງເພື່ອນບ້ານ ແລະໄດ້ເວົ້າຖ້ອຍຄຳບໍ່ຈິງໃນນາມຂອງເຮົາ, ສິ່ງເຫລົ່ານີ້ຊຶ່ງເຮົາບໍ່ໄດ້ບັນຊາພວກເຂົາໃຫ້ກ່າວ. ເພາະເຮົາເປັນຜູ້ທີ່ຮູ້; ເຮົາເປັນພະຍານ—ນີ້ເປັນຄຳປະກາດຂອງພຣະຢາເວ.