lo_jer_text_ulb_l3/29/15.txt

1 line
1.3 KiB
Plaintext

\v 15 ເພາະພວກເຈົ້າທັງຫລາຍໄດ້ກ່າວວ່າ ພຣະຢາເວໄດ້ຊົງໃຫ້ມີຜູ້ປະກາດພຣະທັມສຳລັບພວກເຮົາທັງຫລາຍໃນບາບີໂລນ, \v 16 ພຣະຢາເວຊົງກ່າວດັ່ງນີ້ແກ່ກະສັດ ຜູ້ປະທັບເທິງພະທີ່ນັ່ງຂອງດາວິດ ແລະແກ່ປະຊາຊົນທັງຫມົດຜູ້ອາໄສຢູ່ໃນເມືອງນີ້, ຄືບັນດາຍາດພີ່ນ້ອງຂອງພວກເຈົ້າ ຜູ້ບໍ່ໄດ້ຖືກເນລະເທດໄປກັບພວກເຈົ້າວ່າ— \v 17 ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ວ່າ, ‘ເບິ່ງແມ, ເຮົາກຳລັງຈະສົ່ງດາບການອຶດຫິວອາຫານ ແລະພະຍາດລະບາດມາເຫນືອພວກເຂົາທັງຫລາຍ. ເພາະເຮົາຈະເຮັດໃຫ້ພວກເຂົາເປັນເຫມືອນກັບຫມາກເດື່ອເທດ ທີ່ບໍ່ດີ ຊຶ່ງເຫນົ່າຫລາຍຈົນບໍ່ສາມາດກິນໄດ້.