lo_jer_text_ulb_l3/29/10.txt

1 line
1019 B
Plaintext

\v 10 ເພາະພຣະຢາເວຊົງກ່າວດັ່ງນີ້ວ່າ, ‘ເມື່ອບາບີໂລນໄດ້ປົກຄອງພວກເຈົ້າຄົບເຈັດສິບປີແລ້ວ, ເຮົາຈະຊ່ວຍເຫລືອພວກເຈົ້າ ແລະຈະໃຫ້ຖ້ອຍຄຳອັນດີຂອງເຮົາສຳເລັດ ເພື່ອນຳພວກເຈົ້າກັບມາສູ່ສະຖານທີ່ນີ້. \v 11 ເພາະເຮົາຮູ້ແຜນການທັງຫລາຍທີ່ເຮົາມີໄວ້ສຳລັບພວກເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ—ເປັນແຜນການທັງຫລາຍເພື່ອສັນຕິສຸກ ບໍ່ແມ່ນເພື່ອໄພພິບັດ ເພື່ອຈະໃຫ້ອະນາຄົດ, ເພື່ອໃຫ້ຄວາມຫວັງແກ່ພວກເຈົ້າ.