lo_jer_text_ulb_l3/27/16.txt

1 line
1.8 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 16 ຂ້ານ້ອຍກໍໄດ້ເວົ້າກັບປະໂລຫິດ ແລະປະຊາຊົນທັງຫມົດວ່າ, “ພຣະຢາເວກ່າວດັ່ງນີ້ວ່າ: ຢ່າເຊື່ອຟັງຖ້ອຍຄຳຂອງຜູ້ປະກາດພຣະທັມຂອງພວກເຈົ້າ ຊຶ່ງທຳນວຍໃຫ້ແກ່ພວກເຈົ້າ ແລະກ່າວວ່າ, ‘ເບິ່ງແມ! ເຄື່ອງໃຊ້ຕ່າງໆຂອງພຣະວິຫານແຫ່ງພຣະຢາເວຖືກນຳກັບມາຈາກນະຄອນບາບີໂລນ ບັດນີ້! ພວກເຂົາກຳລັງກ່າວທຳນວຍເປັນຄວາມບໍ່ຈິງແກ່ທ່ານ. \v 17 ຢ່າເຊື່ອຟັງພວກເຂົາເລີຍ. ເຈົ້າຈົ່ງບົວລະບັດກະສັດແຫ່ງບາບີໂລນ ແລະມີຊີວິດຢູ່. ເປັນຫຍັງເມືອງນີ້ຈະຮົກຮ້າງເສຍ? \v 18 ຖ້າພວກເຂົາເຫລົ່ານັ້ນເປັນຜູ້ປະກາດພຣະທັມ, ແລະຖ້າພຣະທັມຂອງພຣະຢາເວມາຈາກພວກເຂົາແທ້, ກໍຂໍໃຫ້ພວກເຂົາອ້ອນວອນຕໍ່ພຣະຢາເວຈອມໂຍທາວ່າ ບໍ່ໃຫ້ເຄື່ອງໃຊ້ຊຶ່ງຢູ່ໃນພຣະວິຫານຂອງພຣະຢາເວ, ແລະໃນພະລາຊະວັງຂອງກະສັດແຫ່ງຢູດາ, ແລະໃນນະຄອນເຢຣູຊາເລັມຖືກນຳໄປຍັງບາບີໂລນ.