lo_jer_text_ulb_l3/27/12.txt

1 line
1.0 KiB
Plaintext

\v 12 ດັ່ງນັ້ນ ຂ້ານ້ອຍໄດ້ທູນເຊເດກີຢາກະສັດແຫ່ງຢູດາ ແລະໄດ້ບອກຕາມບັນດາຖ້ອຍຄຳເຫລົ່ານີ້ຕໍ່ພຣະອົງວ່າ, “ຈົ່ງເອົາຄໍຂອງທ່ານໄວ້ໃຕ້ແອກຂອງກະສັດແຫ່ງບາບີໂລນ ແລະບົວລະບັດລາວ ແລະປະຊາຊົນຂອງລາວ, ແລະທ່ານຈະມີຊີວິດຢູ່. \v 13 ເປັນຫຍັງທ່ານຈະຕາຍ—ທ່ານກັບຊົນຊາດຂອງທ່ານ—ດ້ວຍດາບ, ດ້ວຍການອຶດຫິວອາຫານ, ແລະດ້ວຍພະຍາດລະບາດ, ດັ່ງທີ່ພຣະຢາເວຊົງປະກາດກ່ຽວກັບປະຊາຊາດ ທີ່ປະຕິເສດ ບໍ່ບົວລະບັດກະສັດແຫ່ງບາບີໂລນ?