lo_jer_text_ulb_l3/27/09.txt

1 line
1.5 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 9 ເພາະສະນັ້ນ ຢ່າບັນດາຟັງຜູ້ປະກາດພຣະທັມ, ຫລືພວກຫມໍດູຂອງເຈົ້າ, ພວກຜູ້ທຳນວຍຂອງເຈົ້າ, ຫລືຄົນຊ່າງຝັນຂອງພວກເຈົ້າ, ຫລືນັກເວດມົນຄາຖາຂອງພວກເຈົ້າ, ຜູ້ຊຶ່ງກ່າວແກ່ພວກເຈົ້າວ່າ, ‘ຢ່າບົວລະບັດກະສັດແຫ່ງນະຄອນບາບີໂລນ. \v 10 ເພາະພວກເຂົາປະກາດພຣະທັມແກ່ເຈົ້າເປັນຄວາມບໍ່ຈິງ ທີ່ເຮັດໃຫ້ເຈົ້າຕ້ອງໂຍກຍ້າຍໄກໄປຈາກແຜ່ນດິນຂອງເຈົ້າ, ເພາະເຮົາຈະຂັບໄລ່ເຈົ້າອອກໄປ, ແລະເຈົ້າຈະຕາຍ. \v 11 ແຕ່ປະຊາຊາດໃດຊຶ່ງເອົາຄໍຂອງຕົນວາງໄວ້ໃຕ້ແອກຂອງກະສັດແຫ່ງບາບີໂລນ ແລະບົວລະບັດເພິ່ນ, ເຮົາຈະປະຜູ້ນັ້ນໄວ້ເທິງແຜ່ນດິນຂອງລາວ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະພວກເຂົາຈະເຮັດໄຮ່ໄຖນາ ແລະປຸກເຮືອນທັງຫລາຍໃນແຜ່ນດິນນັ້ນ.’””