lo_jer_text_ulb_l3/27/05.txt

1 line
1.6 KiB
Plaintext

\v 5 “ນີ້ຄືເຮົາເອງ ຜູ້ໄດ້ສ້າງໂລກດ້ວຍລິດທານຸພາບອັນຍິ່ງໃຫຍ່ ແລະດ້ວຍແຂນທີ່ຢຽດອອກຂອງເຮົາ. ເຮົາໄດ້ສ້າງມະນຸດ ແລະສັດທັງຫລາຍ ຊຶ່ງຢູ່ເທິງພື້ນດິນເຊັ່ນກັນ, ແລະ ເຮົາຈະໃຫ້ແກ່ຜູ້ໃດກໍໄດ້ສຸດແຕ່ເຮົາເຫັນດີ. \v 6 ດັ່ງນັ້ນບັດນີ້, ເຮົາກຳລັງຈະໃຫ້ແຜ່ນດິນເຫລົ່ານີ້ທັງຫມົດໄວ້ໃນມືຂອງ ເນບູກາດເນັດຊາ, ກະສັດແຫ່ງບາບີໂລນ, ຜູ້ຮັບໃຊ້ຂອງເຮົາ. ພ້ອມທັງ, ເຮົາກຳລັງຈະໃຫ້ສິ່ງມີຊີວິດທັງຫລາຍໃນທົ່ງແກ່ລາວເພື່ອຈະບົວລະບັດລາວ. \v 7 ເພາະປະຊາຊາດທັງຫມົດຈະຕ້ອງບົວລະບັດຕົວລາວ, ລູກຊາຍທັງຫລາຍ, ແລະຫລານຊາຍທັງຫລາຍຂອງລາວ ຈົນກວ່າເວລາກຳນົດແຫ່ງແຜ່ນດິນຂອງລາວເອງຈະມາເຖິງ. ແລ້ວຫລາຍປະຊາຊາດ ແລະ ບັນດາມະຫາກະສັດຈະເຮັດໃຫ້ລາວເປັນຂ້າທາດຂອງພວກເຂົາ.