lo_jer_text_ulb_l3/27/01.txt

1 line
1.6 KiB
Plaintext

\c 27 \v 1 ໃນຕົ້ນລາຊະການເຢໂຮຢາກີມ ລາຊະໂອລົດຂອງໂຢສີຢາ ກະສັດແຫ່ງຢູດາ, ພຣະທັມນີ້ມາຈາກພຣະຢາເວເຖິງເຢເຣມີຢາ. \v 2 ພຣະຢາເວໄດ້ຊົງກ່າວກັບຂ້ານ້ອຍດັ່ງນີ້ວ່າ, “ຈົ່ງເຮັດສາຍຮັດ ແລະແອກສຳລັບຕົວເຈົ້າ. ຈົ່ງສວມພວກມັນທີ່ຄໍຂອງພວກເຈົ້າ. \v 3 ແລ້ວສົ່ງພວກມັນໄປຍັງກະສັດແຫ່ງເອໂດມ, ກະສັດແຫ່ງໂມອາບ, ແລະກະສັດແຫ່ງຄົນອຳໂມນ, ກະສັດແຫ່ງຕີເຣ ແລະ ກະສັດແຫ່ງຊີໂດນ. ດ້ວຍມືຂອງຜູ້ສົ່ງຂ່າວທີ່ມາເຂົ້າເຝົ້າເຊເດກີຢາກະສັດແຫ່ງຢູດາ ທີ່ນະຄອນເຢຣູຊາເລັມ. \v 4 ຈົ່ງຝາກຄຳເຫລົ່ານີ້ແກ່ບັນດານາຍຂອງພວກເຂົາ ແລະກ່າວວ່າ, ‘ພຣະຢາເວຈອມໂຍທາ ພຣະເຈົ້າແຫ່ງອິດສະຣາເອນ ຊົງກ່າວດັ່ງນີ້ວ່າ, ນີ້ຄືສິ່ງທີ່ພວກເຈົ້າຈະຕ້ອງກ່າວໃຫ້ບັນດານາຍຂອງພວກເຈົ້າຟັງວ່າ,