lo_jer_text_ulb_l3/26/10.txt

1 line
1.6 KiB
Plaintext

\v 10 ແລ້ວພວກເຈົ້ານາຍຂອງຊາວຢູດາໄດ້ຍິນຖ້ອຍຄຳເຫລົ່ານີ້ ແລະ ກໍໄດ້ກັບຂຶ້ນມາຈາກພະລາຊະສຳນັກ ໄປເຖິງພຣະວິຫານຂອງພຣະຢາເວ. ພວກເຂົາໄດ້ມານັ່ງຢູ່ໃນທາງເຂົ້າປະຕູໃຫມ່ ຂອງພຣະວິຫານຂອງພຣະຢາເວນັ້ນ. \v 11 ພວກປະໂລຫິດ ແລະພວກຜູ້ປະກາດພຣະທັມໄດ້ເວົ້າຕໍ່ພວກເຈົ້ານາຍ ແລະປະຊາຊົນທັງຫມົດ. ພວກເຂົາກ່າວວ່າ, “ເປັນການສົມຄວນແລ້ວ ທີ່ຜູ້ຊາຍຄົນນີ້ຈະໄດ້ຮັບໂທດເຖິງຕາຍ, ເພາະວ່າລາວໄດ້ເວົ້າໃສ່ຮ້າຍເມືອງນີ້, ດັ່ງທີ່ພວກທ່ານໄດ້ຍິນກັບຫູຕົນເອງແລ້ວ!” \v 12 ດັ່ງນັ້ນ ເຢເຣມີຢາໄດ້ເວົ້າກັບພວກເຈົ້ານາຍ ແລະປະຊາຊົນທັງຫມົດວ່າ, “ພຣະຢາເວຊົງໃຊ້ຂ້ານ້ອຍມາກ່າວຄຳທຳນວຍຕໍ່ສູ້ພຣະວິຫານ ແລະເມືອງນີ້, ຄືກ່າວບັນດາຖ້ອຍຄຳທີ່ພວກທ່ານໄດ້ຍິນແລ້ວນັ້ນ.