lo_jer_text_ulb_l3/26/07.txt

1 line
1.5 KiB
Plaintext

\v 7 ພວກປະໂລຫິດ, ພວກຜູ້ປະກາດພຣະທັມ, ແລະປະຊາຊົນທັງປວງໄດ້ຍິນເຢເຣມີຢາປະກາດຖ້ອຍຄຳເຫລົ່ານີ້ໃນພຣະວິຫານຂອງພຣະຢາເວ. \v 8 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂຶ້ນ ເມື່ອເຢເຣມີຢາົດ້ຈົບຄຳປະກາດທັງສີ້ນ ຊຶ່ງພຣະຢາເວຊົງບັນຊາທ້ານໃຫ້ເວົ້າແກ່ ພວກປະໂລຫິດ, ພວກຜູ້ປະກາດພຣະທັມ, ແລະປະຊາຊົນທັງຫມົດ ກໍໄດ້ຈັບກຸມເອົາເຢເຣມີຢາ ພ້ອມທັງຮ້ອງໃສ່ວ່າ, “ເຈົ້າຈະຕ້ອງຕາຍຢ່າງແນະນອນ. \v 9 ເປັນຫຍັງເຈົ້າຈຶ່ງປະກາດພຣະຄຳໃນພຣະນາມຂອງພຣະຢາເວວ່າ ແລະກໍໄດ້ກ່າວວ່າ ພຣະວິຫານນີ້ຈະເປັນເຫມືອນເມືອງຊີໂລ ແລະ ວ່າເມືອງນີ້ຈະຖືກທຳລາຍ, ຈະບໍ່ມີຄົນອາໄສຢູ່?” ເພາະປະຊາຊົນທັງຫມົດກໍໄດ້ຈັດກຸ່ມປະທ້ວງຕໍ່ ເຢເຣມີຢາໃນພຣະວິຫານຂອງພຣະຢາເວ.