lo_jer_text_ulb_l3/25/34.txt

1 line
1.3 KiB
Plaintext

\v 34 ຜູ້ລ້ຽງແກະທັງຫລາຍເອີຍ, ຈົ່ງຮ້ອງຄາງ ແລະ ຮ້ອງຂໍຄວາມຊ່ວຍເຫລືອເຖີດ! ພວກເຈົ້າຂອງຝູງແກະເອີຍ, ຈົ່ງກິ້ງເກືອກໃນຂີ້ເຖົ່າ, ເພາະວັນເວລາຂອງການສັງຫານພວກເຈົ້າ ແລະທີ່ພວກເຈົ້າຕ້ອງກະຈັດກະຈາຍມາເຖິງແລ້ວ; ພວກເຈົ້າທັງຫລາຍຈະລົ້ມລົງເຫມືອນຢ່າງເຄື່ອງປັ້ນທີ່ລໍ້າຄ່າ. \v 35 ຈະບໍ່ມີບ່ອນລີ້ໄພໃຫ້ຜູ້ລ້ຽງແກະ, ຈະບໍ່ມີທາງຫນີລອດສຳລັບພວກຜູ້ນຳຝູງແກະ. \v 36 ຈົ່ງຟັງບັນດາສຽງຮ້ອງຂອງຜູ້ລ້ຽງແກະ ແລະສຽງຮ້ອງຄາງຂອງພວກເຈົ້າຂອງພວກຜູ້ນຳຝູງແກະທັງຫລາຍ, ເພາະວ່າພຣະຢາເວຊົງທຳລາຍເດີ່ນຫຍ້າຂອງພວກເຂົາເສຍແລ້ວ.