lo_jer_text_ulb_l3/24/08.txt

1 line
1.8 KiB
Plaintext

\v 8 ແຕ່ເຫມືອນດັ່ງຫມາກເດື່ອເທດທີ່ຂີ້ຮ້າຍ ທີ່ເຫນົ່າຫລາຍຈົນກິນບໍ່ໄດ້ນັ້ນ—ນີ້ຄືສິ່ງທີ່ພຣະຢາເວກ່າວ—ເຮົາຈະເຮັດຕໍ່ ເຊເດກີຢາກະສັດແຫ່ງຢູດາ, ທັງພວກເຈົ້ານາຍຂອງເພິ່ນ, ແລະຊາວເຢຣູຊາເລັມທີ່ເຫລືອຢູ່ ຜູ້ຊຶ່ງຍັງຄ້າງຢູ່ໃນແຜ່ນດິນນີ້ ຫລືທີ່ຍັງອາໄສຢູ່ໃນປະເທດເອຢິບ. \v 9 ເຮົາຈະເຮັດໃຫ້ພວກເຂົາກາຍເປັນສິ່ງທີ່ຫນ້າຢ້ານກົວ, ເປັນໄພພິບັດ, ໃນສາຍຕາຣາຊະອານາຈັກທັງຫມົດໃນໂລກ, ແລະເພື່ອຄວາມທຸກຍາກ ໃຫ້ເປັນທີ່ຖືກຕຳຫນິ, ເປັນຂີ້ປາກ, ເປັນຄຳເຍາະເຍີ້ຍ, ແລະເປັນຄຳສາບແຊ່ງ ທົ່ວໄປທຸກແຫ່ງຊຶ່ງເຮົາຂັບໄລ່ພວກເຂົາໃຫ້ໄປຢູ່ນັ້ນ. \v 10 ເຮົາຈະສົ່ງດາບອອກໄປ, ແລະການອຶດຢາກອາຫານ, ແລະ ພະຍາດລະບາດມາທ່າມກາງພວກເຂົາ, ຈົນພວກເຂົາຈະຖືກທຳລາຍຢ່າງສິ້ນເຊີງຈາກແຜ່ນດິນຊຶ່ງເຮົາໄດ້ໃຫ້ແກ່ພວກເຂົາ, ແລະແກ່ບັນພະບູລຸດຂອງພວກເຂົາ.”