lo_jer_text_ulb_l3/24/04.txt

1 line
1.8 KiB
Plaintext

\v 4 ແລ້ວພຣະທັມຂອງພຣະຢາເວກໍມາເຖິງຂ້ານ້ອຍ, ກ່າວວ່າ, \v 5 “ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ເຮົາຈະຖືວ່າພວກເຫລົ່ານັ້ນທີ່ຖືກກວາດໄປຊະເລີຍຂອງຢູດາເປັນຜົນປະໂຫຍດຂອງພວກເຂົາຢູ່, ເຫມືອນກັບຫມາກເດື່ອເທດທີ່ດີເຫລົ່ານີ້ແຫລະ, ຄືຜູ້ທີ່ເຮົາໄດ້ສົ່ງໄປຈາກສະຖານທີ່ນີ້ໄປສູ່ແຜ່ນດິນຂອງຊາວເດນເດຍ. \v 6 ເຮົາຈະຕັ້ງຕາຂອງເຮົາເບິ່ງພວກເຂົາ ເພື່ອຈະເຮັດຄວາມດີ ແລະເຮົາຈະພາພວກເຂົາທັງຫລາຍກັບມາຍັງແຜ່ນດິນນີ້ອີກ. ເຮົາຈະສ້າງພວກເຂົາຂຶ້ນ, ແລະຈະບໍ່ຮື້ພວກເຂົາລົງ. ເຮົາຈະປູກຝັງພວກເຂົາ ແລະບໍ່ຖອນພວກເຂົາເສຍ. \v 7 ແລ້ວເຮົາຈະໃຫ້ຈິດໃຈແກ່ຜູ້ທີ່ຈະຮູ້ຈັກເຮົາວ່າ, ເຮົາຄືພຣະຢາເວ. ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຂົາ, ເພາະພວກເຂົາຈະກັບມາຫາເຮົາດ້ວຍຄວາມເຕັມໃຈ.