lo_jer_text_ulb_l3/23/16.txt

1 line
1.4 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 16 ພຣະຢາເວຈອມໂຍທາກ່າວດັ່ງນີ້ວ່າ, “ຢ່າຟັງບັນດາຖ້ອຍຄຳຂອງຜູ້ປະກາດພຣະທັມ ພວກເຂົາເຮັດໃຫ້ທ່ານບໍ່ມີສາລະ. ພວກເຂົາກ່າວເຖິງນິມິດແຫ່ງໃຈຂອງຕົນເອງ ບໍ່ແມ່ນຈາກປາກຂອງພຣະຢາເວ. \v 17 ພວກເຂົາຍັງເວົ້າກັບຄົນທີ່ຫມິ່ນປະຫມາດເຮົາໂດຍທັນທີວ່າ, ‘ພຣະຢາເວຊົງປະກາດວ່າ ຈະສັນຕິສຸກສຳລັບເຈົ້າ’ ເພາະທຸກຄົນທີ່ດຳເນີນຕາມຄວາມດື້ດ້ານແຫ່ງຈິດໃຈຂອງຕົນເອງ ກ່າວວ່າ, ‘ຈະບໍ່ມີເຫດຮ້າຍມາເຫນືອພວກເຈົ້າ. \v 18 ເພາະວ່າຜູ້ໃດບໍທີ່ໄດ້ຢືນຢູ່ໃນຄຳຕັກເຕືອນຂອງພຣະຢາເວ? ຜູ້ໃດຈະພິຈາລະນາເຫັນ ແລະໄດ້ຍິນພຣະທັມຂອງພຣະອົງ? ຫລືຜູ້ໃດທີ່ໃສ່ໃຈ ແລະ ເຊື່ອຟັງພຣະທັມຂອງພຣະອົງ?