lo_jer_text_ulb_l3/23/13.txt

1 line
1.8 KiB
Plaintext

\v 13 ເພາະເຮົາໄດ້ເຫັນຄວາມໂງ່ຈ້າ ໃນບັນດາຜູ້ປະກາດພຣະທັມໃນຊາມາເຣຍ: ພວກເຂົາໄດ້ປະກາດພຣະທັມໃນນາມຂອງພະບາອານ ແລະ ໄດ້ນຳໃຫ້ອິດສະຣາເອນ ປະຊາຊົນຂອງເຮົາຫລົງໄປ. \v 14 ໃນທ່າມກາງບັນດາຜູ້ປະກາດພຣະທັມໃນນະຄອນເຢຣູຊາເລັມ ເຮົາໄດ້ເຫັນສິ່ງອັນຫນ້າຕື່ນຕົກໃຈ: ພວກເຂົາລ່ວງປະເວນີ ແລະດຳເນີນຢູ່ໃນຄວາມຂີ້ຕົວະ. ພວກເຂົາໃຫ້ກຳລັງແກ່ຜູ້ເຮັດຄວາມຊົ່ວ; ບໍ່ມີຜູ້ຫນຶ່ງຜູ້ໃດຫັນຈາກຄວາມຊົ່ວຂອງຕົນ. ພວກເຂົາທຸກຄົນກາຍເປັນເຫມືອນເມືອງໂຊໂດມແກ່ເຮົາ ແລະ ຊາວເມືອງນັ້ນກໍເຫມືອນເມືອງໂກໂມຣາ!” \v 15 ເພາະສະນັ້ນພຣະຢາເວຈອມໂຍທາຈຶ່ງກ່າວກ່ຽວກັບເລື່ອງຜູ້ປະກາດພຣະທັມເຫລົ່ານັ້ນວ່າ, “ເບິ່ງແມ, ເຮົາຈະລ້ຽງພວກເຂົາດ້ວຍເຄືອເຂົາຮໍ ແລະໃຫ້ດື່ມນ້ຳມີຜິດ, ເພາະວ່າຄວາມອະທຳໄດ້ແຜ່ອອກໄປທົ່ວແຜ່ນດິນນີ້ ຈາກບັນດາຜູ້ປະກາດພຣະທັມແຫ່ງນະຄອນເຢຣູຊາເລັມ.”