lo_jer_text_ulb_l3/23/05.txt

1 line
1.1 KiB
Plaintext

\v 5 ເບິ່ງແມ, ວັນເວລາເຫລົ່ານັ້ນກຳລັງມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະເລືອກເອົາຄົນຫນຶ່ງຈາກເຊື້ອສາຍຂອງດາວິດມາເປັນກະສັດຜູ້ຊອບທຳ. ເພີ່ນຜູ້ນີ້ຈະປົກຄອງຢ່າງກະສັດ; ສະຫລາດຫລັກແຫລມ ແລະຈະເຮັດແຕ່ສິ່ງທີ່ຊອບທຳ ແລະຍຸດຕິທຳຕໍ່ປະຊາຊົນທົ່ວແຜ່ນດິນ. \v 6 ໃນລະຫວ່າງກະສັດອົງນີ້ປົກຄອງຢູ່ນັ້ນ ຢູດາຈະໄດ້ຮັບການຊ່ວຍກູ້, ແລະ ອິດສະຣາເອນຈະອາໄສຢູ່ຢ່າງປອດໄພ. ແລ້ວພວກເຂົາຈະເອີ້ນຊື່ກະສັດອົງນີ້ວ່າ: ພຣະຢາເວຊົງເປັນຄວາມຊອບທຳຂອງເຮົາ.