lo_jer_text_ulb_l3/23/03.txt

1 line
995 B
Plaintext

\v 3 ເຮົາຈະເຕົ້າໂຮມເອົາຝູງແກະຂອງເຮົາທີ່ຍັງເຫລືອຢູ່ອອກມາຈາກດິນແດນທັງປວງທີ່ເຮົາໄດ້ຂັບໄລ່ພວກເຂົາໄປ, ແລະເຮົາຈະນຳພວກເຂົາກັບຄືນມາທົ່ງຫຍ້າ, ທີ່ພວກເຂົາຈະມີລູກຫລານເພີ່ມທະວີຂຶ້ນຢ່າງຫລວງຫລາຍ. \v 4 ແລ້ວເຮົາຈະໃຫ້ມີຜູ້ປົກຄອງ ຜູ້ຊຶ່ງຈະເບິ່ງແຍງພວກເຂົາ ດັ່ງນັ້ນພວກເຂົາຈະບໍ່ຢ້ານ ຫລືຕື່ນວຸ້ນວາຍອີກຕໍ່ໄປ. ຈະບໍ່ມີໃຜຈັກຄົນສູນຫາຍໄປຈາກເຮົາເລີຍ—ນີ້ເປັນຄຳປະກາດຂອງພຣະຢາເວ.”