lo_jer_text_ulb_l3/23/01.txt

1 line
1.2 KiB
Plaintext

\c 23 \v 1 “ວິບັດແກ່ບັນດາຜູ້ລ້ຽງແກະ ຜູ້ທຳລາຍ ແລະເຮັດໃຫ້ແກະແຫ່ງທົ່ງຫຍ້າຂອງເຮົາແຕກກະຈັດກະຈາຍໄປ—ນີ້ເປັນຄຳປະກາດຂອງພຣະຢາເວ.” \v 2 ເພາະສະນັ້ນພຣະຢາເວ, ພຣະເຈົ້າຂອງຊາດອິດສະຣາເອນ, ຊົງກ່າວເຖິງພວກຜູ້ປົກຄອງ ຄືຜູ້ລ້ຽງດູໄພ່ພົນຂອງພຣະອົງວ່າ, “ພວກເຈົ້າທັງຫລາຍໄດ້ເຮັດໃຫ້ໄພ່ພົນຂອງເຮົາແຕກກະຈັດກະຈາຍໄປ ແລະ ໄດ້ຂັບໄລ່ໃຫ້ພວກເຂົາຫນີໄປເສຍ. ພວກເຈົ້າບໍ່ໄດ້ລ້ຽງດູເອົາໃຈໃສ່ພວກເຂົາ. ດັ່ງນັ້ນເຮົາຈະລົງໂທດພວກເຈົ້າ ຍ້ອນການຊົ່ວທີ່ເຈົ້າໄດ້ກະທຳ—ນີ້ເປັນຄຳປະກາດຂອງພຣະຢາເວ.