lo_jer_text_ulb_l3/22/06.txt

1 line
971 B
Plaintext

\v 6 ເພາະພຣະຢາເວກ່າວດັ່ງນີ້ແກ່ລາຊະສຳນັກແຫ່ງກະສັດຂອງຢູດາວ່າ, “ພວກເຈົ້າເປັນເຫມືອນກິເລອາດແກ່ເຮົາ, ຫລືເປັນດັ່ງຍອດພູເຂົາເລບານອນ. ເຖິງປານນັ້ນ ເຮົາຈະເຮັດພວກເຈົ້າໃຫ້ເປັນຖິ່ນແຫ້ງແລ້ງກັນດານແນ່ນອນ, ເປັນເມືອງທີ່ບໍ່ມີຄົນອາໄສຢູ່ໄດ້. \v 7 ເພາະເຮົາຈະຕຽມຜູ້ທຳລາຍໄວ້ຕໍ່ສູ້ພວກເຈົ້າ! ພວກເຂົາຕ່າງກໍມີອາວຸດຂອງຕົນ ຈະຕັດຕົ້ນແປກຢ່າງດີຂອງພວກເຈົ້າລົງ ແລະໂຍນເຂົ້າໃນໄຟ.