lo_jer_text_ulb_l3/20/10.txt

1 line
1.4 KiB
Plaintext

\v 10 ຂ້ານ້ອຍໄດ້ຍິນສຽງຊຸບຊິບຂ່າວລືຄວາມຕົກໃຈຢ້ານຈາກປະຊາຊົນ ເປັນຈຳນວນຫລາຍຢູ່ຮອບທຸກດ້ານ. ‘ໃສ່ຄວາມລາວ! ໃຫ້ເຮົາໃສ່ຄວາມລາວ!” ຄົນເຫລົ່ານັ້ນທີ່ຄຸ້ນເຄີຍທັງຫມົດຂອງຂ້ານ້ອຍ ເຝົ້າເບິ່ງຄວາມຫລົ້ມຈົມຂອງຂ້ານ້ອຍ. ກ່າວວ່າ, “ບາງທີລາວອາດຈະຖືກຫລອກລວງ. ຖ້າເປັນດັ່ງນັ້ນ, ພວກເຮົາສາມາດທີ່ຈະຊະນະລາວໄດ້ ແລະຈະແກ້ແຄ້ນລາວ.” \v 11 ແຕ່ພຣະຢາເວຊົງຢູ່ຂ້າງຂ້ານ້ອຍ ດັ່ງນັກຮົບທີ່ຫນ້າຢ້ານກົວ, ເພາະສະນັ້ນຜູ້ຂົ່ມເຫັງຂ້ານ້ອຍຈະສະດຸດ, ເພາະພວກເຂົາຈະບໍ່ຊະນະຂ້ານ້ອຍ. ພວກເຂົາຈະອັບອາຍຂາຍຫນ້າ, ເພາະພວກເຂົາຈະບໍ່ຈະເລີນຂຶ້ນ. ພວກເຂົາຄວາມອັບອາຍໄຮ້ກຽດເປັນນິດ, ມັນຈະບໍ່ມີວັນລືມ.