lo_jer_text_ulb_l3/19/14.txt

1 line
1.1 KiB
Plaintext

\v 14 ແລ້ວຢາເຣມີຢາໄດ້ໄປຈາກໂຕເຟັດທີ່ ຊຶ່ງພຣະຢາເວຊົງໃຊ້ໃຫ້ເຂົາໄປປະກາດພຣະທໍາຢູ່ທີ່ນັ້ນ. ເຂົາກໍຢືນຢູ່ໃນພະລານຫີນພຣະວິຫານຂອງພຣະຢາເວ ແລະ ເຂົາກ່າວແກ່ປະຊາຊົນທັງປວງວ່າ, \v 15 “ພຣະຢາເວຈອມໂຍທາ ພຣະເຈົ້າແຫ່ງອິດສະຣາເອນຊົງກ່າວ ດັ່ງນີ້ວ່າ, “ ນີ້ແຫລະ, ເຮົາຈະນຳໄພພິບັດທັງຫລາຍ ຊຶ່ງເຮົາໄດ້ບອກ່າວມາໃຫ້ເມືອງນີ້, ແລະບັນດາຫົວເມືອງທັງຫລາຍ ດັ່ງທີ່ເຮົາໄດ້ປະກາດໄວ້ແລ້ວ, ເພາະພວກເຂົາໄດ້ດື້ດ້ານ ແລະປະຕິເສດບໍ່ເຊື່ອຟັງບັນດາຖ້ອຍຄຳຂອງເຮົາ.’”