lo_jer_text_ulb_l3/19/04.txt

1 line
1.3 KiB
Plaintext

\v 4 ເຮົາຈະເຮັດສິ່ງນີ້ ເພາະພວກເຈົ້າໄດ້ລະປະຖິ້ມເຮົາ ແລະໄດ້ເຮັດໃຫ້ສະຖານທີ່ນີ້ເສື່ອມເສຍ. ໃນສະຖານທີ່ນີ້ພວກເຂົາໄດ້ເຜົາຖວາຍບູຊາແກ່ເທບພະເຈົ້າອື່ນໆ ທີ່ພວກເຂົາບໍ່ຮູ້ຈັກ. ພວກເຂົາເອງ ຫລືບັນພະບູລຸດຂອງພວກເຂົາ ຫລືພວກກະສັດຢູດາເຮັດໃຫ້ສະຖານທີ່ນັ້ນເຕັມໄປດ້ວຍບໍ່ເລືອດຂອງຜູ້ບໍ່ໄດ້ມີຄວາມຜິດ. \v 5 ພວກເຂົາໄດ້ສ້າງສະຖານທີ່ສູງສຳລັບພະບາອານ ເພື່ອຈະເຜົາບັນດາລູກຊາຍຂອງເຂົາໃນໄຟ ເປັນເຄື່ອງບູຊາເຜົາທັງເປັນແກ່ພະບາອານ—ສິ່ງນີ້ເຮົາບໍ່ໄດ້ສັ່ງບູຊາ ຫລືກ່າວໄວ້, ຫລືໄດ້ນຶກໃນໃຈຂອງເຮົາເລີຍ.