lo_jer_text_ulb_l3/18/18.txt

1 line
1.7 KiB
Plaintext

\v 18 ດັ່ງນັ້ນພວກປະຊາຊົນໄດ້ກ່າວວ່າ, “ມາເຖີດ, ໃຫ້ເຮົາຄິດແຜນປອງຮ້າຍເຢເຣມີຢາ, ເນື່ອງດ້ວຍວ່າທຳມະບັນຍັດບໍ່ຄວນຈະສູນຫາຍໄປຈາກພວກປະໂລຫິດ, ຫລືຈາກຄຳປຶກສາຈາກພວກນັກປາດ, ຫລືຈາກບັນດາຖ້ອຍຄຳເຫລົ່ານັ້ນຂອງຜູ້ປະກາດພຣະທໍາ. ມາເຖີດ, ເຮົາໂຈມຕີເຂົາດ້ວຍບັນດາຖ້ອຍຄຳຂອງພວກເຮົາ ແລະຢ່າໄປສົນໃຈຕໍ່ສິ່ງທີ່ເຂົາໄດ້ປະກາດເລີຍ.” \v 19 ຂ້າແດ່ພຣະຢາເວ, ຂໍພຣະອົງຊົງຟັງຂ້ານ້ອຍ, ແລະຂໍຈົງຟັງສຽງພວກສັດຕູຂອງຂ້ານ້ອຍແດ່ທ້ອນ. \v 20 ຄວາມພິນາດຈາກພວກເຂົາຈະເປັນລາງວັນຂອງຂ້ານ້ອຍ ສຳລັບການເຮັດດີຕໍ່ພວກເຂົາຫລື? ເພາະພວກເຂົາໄດ້ຂຸດຂຸມໃວ້ສຳລັບຂ້ານ້ອຍ. ຂໍຊົງລະນຶກວ່າ, ຂ້ານ້ອຍຢືນເຝົ້າພຣະອົງຢ່າງໃດ ເພື່ອທູນຂໍສະຫວັດດີພາບແກ່ພວກເຂົາ, ເພືອຈະຫັນຄວາມໂກດຮ້າຍຂອງພຣະອົງໄປເສຍຈາກພວກເຂົາ.