lo_jer_text_ulb_l3/17/24.txt

1 line
1.2 KiB
Plaintext

\v 24 ສິ່ງນີ້ຈະເກີດຂຶ້ນຖ້າພວກເຈົ້າເຊື່ອຟັງເຮົາແທ້ໆ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະບໍ່ນຳວຽກໃດໆ ເຂົ້າມາທາງປະຕູເມືອງນີ້ໃນວັນສະບາໂຕ ແຕ່ຮັກສາວັນສະບາໂຕໃຫ້ບໍລິສຸດ ແລະບໍ່ເຮັດວຽກໃນມື້ນັ້ນ. \v 25 ແລ້ວຈະມີບັນດາກະສັດ, ເຈົ້ານາຍທັງຫລາຍ, ແລະຄົນເຫລົ່ານັ້ນຜູ້ປະທັບເທິງບັນລັງແຫ່ງດາວິດ ຈະສະເດັດເຂົ້າທາງປະຕູທັງຫລາຍຂອງເມືອງນີ້ ໂດຍບັນດາລົດມ້າເສິກ ແລະມ້າທັງຫລາຍ, ພວກເຂົາ ແລະພວກຜູ້ນຳທັງຫລາຍ, ທັງຄົນຢູດາ ແລະຊາວເຢຣູຊາເລັມ, ແລະເມືອງນີ້ຈະດຳລົງຢູ່ເປັນນິດ.