lo_jer_text_ulb_l3/17/21.txt

1 line
1.1 KiB
Plaintext

\v 21 ພຣະຢາເວຊົງກ່າວດັ່ງນີ້ວ່າ: “ຈົ່ງລະວັງເພື່ອເຫັນແກ່ຊີວິດຂອງພວກເຈົ້າທັງຫລາຍ ແລະຢ່າໄດ້ຫາບຫາມຫຍັງໃນວັນສະບາໂຕ ເພື່ອນຳຂອງນັ້ນເຂົ້າທາງບັນດາປະຕູນະຄອນເຢຣູຊາເລັມ. \v 22 ຢ່າຫາບຫາມເຄື່ອງຂອງພວກເຈົ້າອອກຈາກເຮືອນໃນວັນສະບາໂຕ. ຢ່າເຮັດວຽກໃດໆ, ແຕ່ຈົ່ງຮັກສາວັນສະບາໂຕໄວ້ໃຫ້ບໍລິສຸດ, ດັ່ງທີ່ເຮົາໄດ້ບັນຊາບັນພະບູລຸດຂອງພວກເຈົ້າໄວ້.’” \v 23 ພວກເຂົາກໍບໍ່ເຊື່ອຟັງ ຫລືຫງ່ຽງຫູຟັງ, ແຕ່ເຮັດດື້ດ້ານ ເພື່ອຈະບໍ່ໄດ້ຍິນ ແລະ ບໍ່ຮັບຄຳຕັກເຕືອນ.