lo_jer_text_ulb_l3/16/19.txt

1 line
1.4 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 19 ຂ້າແດ່ພຣະຢາເວ, ພຣະອົງຊົງເປັນພຣະກຳລັງ ແລະເປັນທີ່ລີ້ໄພຂອງຂ້ານ້ອຍ. ເປັນທີ່ກຳບັງອັນເຂັ້ມແຂງຂອງຂ້ານ້ອຍໃນມື້ຍາກລຳບາກ. ບັນດາປະຊາຊາດຈະມາເຝົ້າພຣະອົງຈາກທີ່ສຸດປາຍໂລກ ແລະເວົ້າວ່າ, ‘ແນ່ແທ້ບັນພະບູລຸດຂອງພວກເຮົາໄດ້ຮັບມໍຣະດົກທີ່ຫລອກລວງ. ພວກມັນເປົ່າວ່າງ; ບໍ່ມີປະໂຫຍດອັນໃດໃນພວກນັ້ນ. \v 20 ມະນຸດຈະສ້າງພະໄວ້ສຳລັບຕົນເອງໄດ້ບໍ? ແຕ່ພວກສິ່ງເຫລົ່ານັ້ນບໍ່ແມ່ນພະ. \v 21 ເພາະສະນັ້ນ ເບິ່ງແມ! ເຮົາຈະເຮັດໃຫ້ເຂົາຮູ້ຈັກໃນເວລານີ້, ເຮົາຈະເຮັດໃຫ້ເຂົາຮູ້ຈັກມືຂອງເຮົາ ແລະລິດທານຸພາບຂອງເຮົາ, ເພື່ອເຂົາທັງຫລາຍຈະຮູ້ວ່າພຣະນາມຂອງເຮົາຄືພຣະຢາເວ.