lo_jer_text_ulb_l3/16/16.txt

1 line
1.7 KiB
Plaintext

\v 16 ເບິ່ງແມ! ເຮົາຈະສົ່ງຊາວປະມົງມາເປັນຈຳນວນຫລາຍ-- ນີ້ເປັນຄຳປະກາດຂອງພຣະຢາເວ--ດັ່ງນັ້ນພວກເຂົາຈະຈັບປະຊາຊົນອອກມາ. ພາຍຫລັງຈາກນີ້ ເຮົາຈະສົ່ງນາຍພານຈຳນວນຫລວງຫລາຍມາ ດັ່ງນັ້ນນາຍພານຈະລ່າພວກເຂົາທັງຫລາຍຕາມພູເຂົາທຸກແຫ່ງ, ແລະຕາມໂນນພູທຸກຫນ່ວຍ ແລະຕາມລືບໂງ່ນຫີນ. \v 17 ເພາະວ່າ ຕາເຮົາເບິ່ງພຶດຕິກໍາທັງຫມົດຂອງພວກເຂົາ; ພວກເຂົາບໍ່ສາມາດຈະປິດບັງໄວ້ຈາກຫນ້າເຮົາໄດ້. ຄວາມຊົ່ວຊ້າຂອງພວກເຂົາບໍ່ສາມາດຈະເຊື່ອງຈາກດວງຕາຂອງເຮົາໄດ້. \v 18 ຂັ້ນທຳອິດເຮົາຈະຈ່າຍຄືນເປັນສອງເທົ່າ ສຳລັບຄວາມຊົ່ວຊ້າ ແລະຄວາມຜິດບາບ ທີ່ພວກເຂົາໄດ້ເຮັດໃຫ້ແຜ່ນດິນເຮົາເປັນມົນທິນໄປດ້ວຍຊາກຂອງຮູບເຄົາລົບທີ່ຫນ້າຂີ້ດຽດ, ແລະເຮັດໃຫ້ມໍຣະດົກຂອງເຮົາເຕັມໄປດ້ວຍບັນດາຮູບເຄົາລົບ ທີ່ຫນ້າກຽດຊັງຂອງພວກເຂົາ.”