lo_jer_text_ulb_l3/16/14.txt

1 line
1.3 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 14 ເພາະສະນັ້ນ, ເບິ່ງແມ, ວັນເຫລົ່ານັ້ນຈະມາເຖິງ—ນີ້ຄືຄຳປະກາດຂອງພຣະຢາເວ—ເມື່ອບໍ່ມີໃຜກ່າວຕໍ່ໄປອີກວ່າ, ‘ພຣະຢາເວຜູ້ຊົງພຣະຊົນຢູ່ແນ່ສັນໃດ, ພຣະອົງຜູ້ທີ່ໄດ້ຊົງນຳປະຊາຊົນອິດສະຣາເອນອອກມາຈາກແຜ່ນດິນເອຢິບ. \v 15 ແຕ່ຈະເວົ້າວ່າ, ‘ພຣະຢາເວຊົງພຣະຊົນຢູ່ສັນໃດ, ພຣະອົງຜູ້ທີ່ໄດ້ຊົງນຳປະຊາຊົນອິດສະຣາເອນອອກມາຈາກແດນທາງທິດເຫນືອ ແລະມາຈາກບັນດາປະເທດ ຊຶ່ງພຣະອົງໄດ້ຊົງຂັບໄລ່ພວກເຂົາໃຫ້ໄປຢູ່ນັ້ນ. ເພາະເຮົາຈະນຳພວກເຂົາກັບມາສູ່ແຜ່ນດິນຂອງພວກເຂົາເອງ ຊຶ່ງເຮົາໄດ້ຍົກໃຫ້ບັນພະບູລຸດຂອງພວກເຂົາແລ້ວນັ້ນ.