lo_jer_text_ulb_l3/16/10.txt

1 line
1.4 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 10 ແລ້ວສິ່ງນີ້ຈະໄດ້ເກີດຂຶ້ນ ເມື່ອເຈົ້າບອກບັນດາຖ້ອຍຄຳເຫລົ່ານີ້ແກ່ຊົນຊາດນີ້, ແລະພວກເຂົາທັງຫລາຍຈະເວົ້າກັບພວກເຈົ້າວ່າ, ‘ເປັນຫຍັງພຣະຢາເວຈຶ່ງຊົງປະກາດໂທດໃຫຍ່ຫລວງທັງຫມົດນີ້ໃຫ້ຕົກແກ່ເຮົາ? ຄວາມຊົ່ວຊ້າ ແລະຄວາມຜິດບາບຫຍັງແດ່ທີ່ເຮົາໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງເຮົາ? \v 11 ດັ່ງນັ້ນຈົ່ງກ່າວແກ່ພວກເຂົາທັງຫລາຍວ່າ, ‘ເພາະບັນພະບູລຸດຂອງພວກເຈົ້າໄດ້ປະຖິ້ມເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະພວກເຂົາໄດ້ໄປຕິດຕາມພະອື່ນໆ ແລະໄດ້ບົວລະບັດ ແລະນະມັດສະການພະເຫລົ່ານັ້ນ. ພວກເຂົາໄດ້ປະຖິ້ມເຮົາ ແລະບໍ່ໄດ້ຮັກສາພຣະບັນຍັດຂອງເຮົາ.