lo_jer_text_ulb_l3/15/08.txt

1 line
1.1 KiB
Plaintext

\v 8 ເຮົາຈະເຮັດໃຫ້ຈຳນວນຂອງແມ່ຫມ້າຍຂອງພວກເຂົາມີຫລາຍ ຍິ່ງກວ່າເມັດຊາຍໃນທະເລ. ໃນຕອນທ່ຽງເຮົາຈະສົ່ງຜູ້ທຳລາຍມາສູ່ບັນດາແມ່ຂອງຄົນຫນຸ່ມທັງຫລາຍ. ເຮົາຈະເຮັດໃຫ້ຄວາມຢ້ານຕົກໃຈ ແລະຄວາມຫນ້າຢ້ານກົວຕົກລົງເຫນືອພວກເຂົາໂດຍທັນທີ. \v 9 ແມ່ທີ່ເກີດລູກເຈັດຄົນກໍອ່ອນກຳລັງ. ນາງຈະສະລົບໄປ. ດວງອາທິດຂອງນາງຈະຕົກເມື່ອຍັງເວັນຢູ່. ນາງຈະຕ້ອງອັບອາຍ ແລະຂາຍຫນ້າ, ເພາະເຮົາຈະມອບຜູ້ທີ່ເຫລືອຢູ່ໃຫ້ແກ່ດາບຕໍ່ຫນ້າສັດຕູຂອງເຂົາ —ນີ້ເປັນຄຳປະກາດຂອງພຣະຢາເວ.”