lo_jer_text_ulb_l3/15/05.txt

1 line
1.3 KiB
Plaintext

\v 5 ເພາະວ່າໃຜຈະສົງສານພວກເຈົ້າ, ເຢຣູຊາເລັມເອີຍ? ຫລືໃຜຈະເສຍໃຈກັບພວກເຈົ້າ? ໃຜຈະແວ່ມາຖາມທຸກສຸກຂອງພວກເຈົ້າ? \v 6 ເຈົ້າໄດ້ປະຕິເສດເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຈົ້າໄດ້ຖອຍຫລັງໄປຈາກເຮົາ. ດັ່ງນັ້ນເຮົາຈະຕໍ່ສູ້ພວກເຈົ້າດ້ວຍມືຂອງເຮົາ ແລະທຳລາຍພວກເຈົ້າ. ເຮົາເບື່ອຫນ່າຍທີ່ຈະມີເມດຕາຕໍ່ເຈົ້າແລ້ວ. \v 7 ດັ່ງນັ້ນເຮົາຈະຝັດເຂົາດ້ວຍຫວີຝັດເຂົ້າ ທີ່ປະຕູທັງຫລາຍຂອງແຜ່ນດິນ. ເຮົາຈະເຮັດໃຫ້ພວກເຂົາພາກຈາກກັນ. ເຮົາຈະທຳລາຍປະຊາຊົນຂອງເຮົາ ເພາະພວກເຂົາທັງຫລາຍບໍ່ໄດ້ຖອຍຫລັງກັບຈາກພຶດຕິການຂອງຕົນ.