lo_jer_text_ulb_l3/15/01.txt

1 line
1.5 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\c 15 \v 1 ຕໍ່ມາ ພຣະຢາເວຊົງກ່າວຕໍ່ຂ້ານ້ອຍວ່າ, “ເຖິງແມ່ນວ່າໂມເຊ ຫລືຊາມູເອນກຳລັງຢືນອ້ອນວອນຢູ່ຕໍ່ຫນ້າເຮົາ, ເຮົາກໍຈະບໍ່ມີໃຈເມດຕາປະຊາຊາດເຫລົ່ານີ້ເລີຍ. ຈົ່ງໃຫ້ພວກເຂົາຫນີໄປໃຫ້ພົ້ນສາຍຕາຂອງເຮົາ, ໃຫ້ພວກເຂົາໄປ. \v 2 ສິ່ງນີ້ຈະເກີດຂຶ້ນວ່າ ພວກເຂົາຈະເວົ້າກັບເຈົ້າວ່າ, ‘ພວກເຮົາຈະໄປໃສ? ແລ້ວເຈົ້າຈົ່ງບອກພວກເຂົາດັ່ງນີ້ວ່າ: ‘ພຣະຢາເວກ່າວດັ່ງນີ້ວ່າ: ຄົນເຫລົ່ານັ້ນທີ່ຖືກກຳນົດໃຫ້ຕາຍກໍຈະຕ້ອງຕາຍ; ຄົນເຫລົ່ານັ້ນທີ່ຖືກກຳນົດໃຫ້ຕາຍດ້ວຍດາບ ກໍຈະພົບພໍ້ດາບ. ຄົນເຫລົ່ານັ້ນທີ່ຖືກກຳນົດໃຫ້ອຶດຢາກອາຫານ ກໍຈະພົບການອຶດຢາກອາຫານ; ແລະຄົນທີ່ຖືກກຳນົດໃຫ້ຖືກຈັບໄປເປັນຊະເລີຍ ກໍຈະເປັນຊະເລີຍ.