lo_jer_text_ulb_l3/14/21.txt

1 line
1.2 KiB
Plaintext

\v 21 ຂໍຢ່າຊົງປະຕິເສດພວກຂ້ານ້ອຍ! ເພາະເຫັນແກ່ພຣະນາມຂອງພຣະອົງ, ຂໍຢ່າຊົງໃຫ້ບັນລັງທີ່ນັ່ງຮຸ່ງເຮືອງຂອງພຣະອົງຕ້ອງເສື່ອມເສຍ. ຂໍຊົງລະນຶກເຖິງ ແລະຂໍຢ່າຊົງຫັກພັນທະສັນຍາຂອງພຣະອົງ ຊຶ່ງມີໄວ້ກັບພວກຂ້ານ້ອຍ. \v 22 ໃນບັນດາຮູບເຄົາລົບທັງຫລາຍຂອງຊົນຊາດທັງຫລາຍ ມີພະອົງໃດທີ່ເຮັດໃຫ້ທ້ອງຟ້າເກີດຝົນໄດ້? ບໍ່ແມ່ນພຣະອົງດອກຫລື, ຂ້າແດ່ພຣະຢາເວ ພຣະອົງເປັນພຣະເຈົ້າທີ່ຊົງເຮັດຢ່າງນັ້ນໄດ້ບໍ່ແມ່ນຫລື? ພວກຂ້ານ້ອຍຫວັງໃຈໃນພຣະອົງ ເພາະພຣະອົງຊົງກະເຮັດສິ່ງເຫລົ່ານີ້ທັງສິ້ນ.