lo_jer_text_ulb_l3/14/17.txt

1 line
1.2 KiB
Plaintext

\v 17 ຈົ່ງກ່າວຖ້ອຍຄຳນີ້ແກ່ພວກເຂົາວ່າ: ‘ຂໍໃຫ້ດວງຕາຂອງເຮົາມີນ້ຳຕາໄຫລທັງກາງເວັນ ແລະກາງຄືນ. ຢ່າໃຫ້ຢຸດເຊົາ, ເພາະຈະມີການລົ້ມສະລາຍທີ່ຍິ່ງໃຫຍ່ຂອງລູກສາວປອດແຫ່ງປະຊາຊົນຂອງເຮົາ—ດ້ວຍບາດແພບາດເລິກ ແລະບໍ່ສາມາດຮັກສາໄດ້. \v 18 ຖ້າເຮົາອອກໄປຕາມທົ່ງນາ, ກໍພົບເຫັນຊາກສົບຄົນຕາຍຍ້ອນຖືກຂ້າດ້ວຍດາບ! ຖ້າເຮົາເຂົ້າໄປໃນເມືອງ, ກໍພົບເຫັນຄົນເຈັບປ່ວຍຍ້ອນການອຶດຢາກອາຫານ. ທັງພວກຜູ້ປະກາດພຣະທັມ ແລະ ປະໂລຫິດ ຕາງກໍອອກເດີນທາງໄປຍັງດິນແດນອື່ນ, ແລະພວກເຂົາບໍ່ຮູ້ຈັກ.’”