lo_jer_text_ulb_l3/14/10.txt

1 line
1.6 KiB
Plaintext

\v 10 ພຣະຢາເວກ່າວແກ່ຊົນຊາດນີ້ວ່າ: “ດັວຍວ່າ ພວກເຂົາທັງຫລາຍຮັກທີ່ຈະພະເນຈອນໄປເຊັ່ນນີ້, ພວກເຂົາບໍ່ຫ້າມຕີນຂອງພວກເຂົາໄວ້ຈາກການເຮັດເຊັ່ນນັ້ນ. “ພຣະຢາເວຈຶ່ງບໍ່ຊົງຊື່ນຊົມພວກເຂົາ. ບັດນີ້ ພຣະອົງຈະຊົງລະນຶກເຖິງຄວາມຊົ່ວຊ້າຂອງພວກເຂົາ ແລະລົງໂທດການຜິດບາບຂອງພວກເຂົາ. \v 11 ພຣະຢາເວຊົງບອກຂ້ານ້ອຍວ່າ, “ຢ່າອະທິຖານເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນເຫລົ່ານີ້ເລີຍ. \v 12 ຖ້າພວກເຂົາຫາກຖືສິນອົດອາຫານ, ເຮົາກໍຈະບໍ່ຟັງສຽງຮ້ອງໄຫ້ຂໍຄວາມຊ່ວຍເຫລືອຂອງພວກເຂົາ, ຖ້າຫາກເຜົາສັດແລະຖວາຍອາຫານແກ່ເຮົາ, ເຮົາກໍຈະບໍ່ຍິນດີຮັບເອົາໃນສິ່ງເຫລົ່ານັ້ນ. ເພາະເຮົາຜານພວກເຂົາເສຍດ້ວຍດາບ, ດ້ວຍການອຶດຢາກ, ແລະດ້ວຍພະຍາດລະບາດ.”