lo_jer_text_ulb_l3/14/01.txt

1 line
1.1 KiB
Plaintext

\c 14 \v 1 ນີ້ຄືພຣະທັມຂອງພຣະຢາເວທີ່ມາເຖິງເຢເຣມີຢາ ກ່ຽວດ້ວຍຄວາມແຫ້ງແລ້ງວ່າ, \v 2 “ໃຫ້ຢູດາໄວ້ທຸກ; ໃຫ້ປະຕູເມືອງທັງຫລາຍຂອງນາງພັງທະລາຍລົງ. ພວກເຂົາກຳລັງຄວນຄາງສຳລັບແຜ່ນດິນ; ແລະສຽງຮ້ອງຂອງນະຄອນເຢຣູຊາເລັມກໍກຳລັງດັງຂຶ້ນໄປ. \v 3 ຂ້າລາຊະການຂອງນາງສົ່ງລູກນ້ອຍຂອງຕົນໃຫ້ໄປຕັກນ້ຳ. ເມື່ອພວກເຂົາໄປຍັງບ່ອນເກັບນ້ຳ, ພວກເຂົາບໍ່ສາມາດຫານ້ຳໄດ້. ພວກເຂົາກໍກັບໄປດ້ວຍພາຊະນະເປົ່າ; ພວກເຂົາຈຶ່ງຄຸມຫົວຂອງຕົນເສຍດ້ວຍຄວາມອັບອາຍ ແລະຂາຍຫນ້າ.